App Foursquare For Iphone ແບບໃຫມ່ມາແລ້ວ

ນອກຈາກ Facebook ແລະ Twitter ທີ່ເປັນ Social Network ທີ່ໃຜໆກໍ່ຫຼີ້ນກັນຫຼາຍແລ້ວ ແລະອີກຢ່າງທີ່ຫຼາຍຄົນກໍ່ຫຼີ້ນກັນ ນັ້ນແມ່ນການ Check in ຕາມສະຖານທີ່ຕ່າງໆ ທີ່ເອີ້ນວ່າ Location-based service ຍົກຕົວຢ່າງ App ທີ່ເຮົາຄຸ້ນເຄິຍກັນຢ່າງດີ ກໍ່ຈະເປັນ Google Map, Gowalla ແລະ Foursquare

ມື້ນີ້ ພວກເຮົາ 4sqLaoClub ມີ App ເຈ໋ງໆ ທີ່ເປັນ Location-Based ເອົາມາຫຼີ້ນແກ້ຄຽດແລ້ວ ມີຊື່ວ່າ ToiletCheckin 

ຊື່ App ກະບອກແລ້ວ ວ່າມັນເປັນອີ່ຫຍັງ ທີ່ກ່ຽວກັບຫ້ອງນ້ຳ ແລ້ວມັນກ່ຽວຫຍັງກັບ Location-based ທີ່ເຮົາກຳລັງເວົ້າກັນຢູ່….. ແມ່ນແລ້ວ ນີ້ແມ່ນ App ທີ່ເອົາໄວ້ Check in ຕອນເຮົາເຂົ້າຫ້ອງນ້ຳນັ້ນເອງ

 

ໜ້າຕາ App ແລະການໃຊ້ງານ ມີ3 ໜ້າຈໍງ່າຍໆຄື ໜ້າສ້ວມ ທີ່ເຮົາຈະແຕະ ເພື່ອ Check in ວ່າເຮົາເຂົ້າສ້ວມ ເມື່ອເຮົາແຕະແລ້ວ ສຽງກົດຊັກໂຄກ ຈະດັງທັນທີ ພ້ອມGraphicນ້ຳວົນ ແລະຈະມີຂໍ້ຄວາມວ່າເຮົາໄດ້ທຳການ Check in ຮຽບຮ້ອຍແລ້ວໜ້າຈໍຖັດໄປ ກໍ່ຈະແມ່ນສະຖິຕິການ Check in ວ່າມື້ນີ້ມີຄົນເຂົ້າສ້ວມແລະ Check in ຈັກຄົນ , ຊ່ວງ5ນາທີທີ່ຜ່ານມາ ມີຄົນເຂົ້າສ້ວມທີ່ Check in ທົ່ວໂລກຈັກຄົນ, ມີຄົນເຂົ້າສ້ວມໃກ້ໆກັບເຮົາຈັກຄົນ ລວມໄປເຖິງຈຳນວນນ້ຳທີ່ເຮົາກົດໄປ ວ່າໃຊ້ຫຼາຍປານໃດ໋ແລ້ວສົນໃຈຢາກໄດ້ App ນີ້ ດາວໂຫລດຟຮີໄດ້ທີ່ AppleStore Toilet Check-in

 

 

 

ເຮັດແນວໃດ ຈິ່ງຈະໄດ້ Badges (ຫຼຽນ) Foursquare

ຮູ້ວິທີ Check in ໄປແລ້ວ ມຶ້ນີ້ ຈະມາເວົ້າກ່ຽວກັບການປົດລັອກແລະສະສົມຫຼຽນ Foursquare ວ່າເຮັດ Check in ແນວໃດ ຈຶ່ງຈະໄດ້ມາ

 

 

 

NEWBIE

Check in ຄັ້ງທຳອິດ ກໍ່ຈະໄດ້ໄປແລ້ວ

 

ADVENTURER

Check in 10ສະຖານທີ່ໂດຍບໍ່ຊ້ຳກັນ

EXPLORER

Check in 25ສະຖານທີ່ ໂດຍບໍ່ຊ້ຳກັນ

SUPERSTAR

Check in 50ສະຖານທີ່ ໂດຍບໍ່ຊ້ຳກັນ

BENDER

Check in 4ຄືນຕິດກັນ

CRUNKED

Check in 4ສະຖານທີ່ ໃນຄືນດຽວ

LOCAL

Check in ສະຖານທີ່ເດີມ 3ເທື່ອ ໃນ1ອາທິດ

SUPERUSER

Check in 30ເທື່ອ ໃນ1ເດືອນ

OVERSHARE

Check in 10ເທື່ອ ໃນໄລຍະເວລາ 12ຊົ່ວໂມງ

SUPER MAYOR

ໄດ້ເປັນເຈົ້າຖິ່ນ 10ສະຖານທີ່ ຂື້ນໄປ

SCHOOL NIGHT

Check in ຫລັງ3ໂມງແຈ້ງ ຂອງວັນທຳມະດາ

DOUCHEBAG

Check in ສະຖານທີ່ ທີ່ແປະປ້າຍວ່າ “DOUCHEBAG”

ANIMAL HOUSE

Check in ສະຖານທີ່ ທີ່ແປະປ້າຍວ່າ “frat boys”

ZIGGY’S WAGON

Check in 3ເທື່ອ ທີ່ມີລົດເຂັນຂາຍອາຫານ

DON’T STOP BELIEVIN

Check in ສະຖານທີ່ ທີ່ແປະປ້າຍ “karaoke” 3ເທື່ອ ໃນ1ເດືອນ

GYM RAT

Check in ທີ່ຟິສເນສ 10ເທື່ອ ໃນ1ເດືອນ

JETSETTER

Check in ຄົບ5ສະຖາການບິນ

16 CANDLES

ສົ່ງ shout Birthday ໃຫ້ຄົບ5ເທື່ອ

ZOETROPE

Check in ສະຖານທີ່ ທີ່ແປະປ້າຍ “movie theater” ໃຫ້ຄົບ10ເທື່ອ

PIZZAIOLO

Check in ສະຖານທີ່ ທີ່ແປະປ້າຍ “pizza” ໃຫ້ຄົບ20ເທື່ອ

JOBS

Check in ໃຫ້ຄົບ 3 Apple Store

WARHOL

Check in ສະຖານທີ່ ທີ່ແປະປ້າຍ “gallery” ໃຫ້ຄົບ 10ເທື່ອ

BABYSITTER

Check in ສະຖານທີ່ ທີ່ແປະປ້າຍ “playground” ໃຫ້ຄົບ10ເທື່ອ

SWARM

Check in ເວລາໃກ້ຄຽງກັນ ຫຼາຍກວ່າ50ຄົນ ໃນສະຖານທີ່ດຽວກັນ

I’M ON A BOAT!

Check in ສະຖານທີ່ ທີ່ແປະປ້າຍ “boat”

BARISTA

Check in ຮ້ານກາເຟ 5ສາຂາ ໂດຍບໍ່ຊ້ຳກັນ

ແລະນອກຈາກຫຼຽນຂ້າງເທິງທີ່ກ່າວມານັ້ນ ຍັງມີອີກຫຼາຍຮ້ອຍຫຼຽນ ທີ່ເຮົາສາມາດປົດລັອກໄດ້ ໂດຍການ Check in ໄປເລື້ອຍໆ

ຂໍໃຫ້ທຸກຄົນ ໄດ້ຫຼຽນ Badges Foursquare ຫຼາຍເດີ ^^

ວິທີ Check in ໃນ iphone ແລະມືຖືທຳມະດາ…

ຮູ້ກັນມາແລ້ວວ່າ “Foursquare ແມ່ນຫຍັງ

ມື້ນີ້ ເຮົາຈະມາຮຽນຮູ້ກັນເລື່ອງວິທີ “Check in” 

welcome ສູ່ໜ້າທຳອິດ ກໍ່ຈະໃຫ້  JOIN NOW ກັບ LOG IN 

ແຕ່ສຳລັບໃຜທີ່ມີ account ແລ້ວກໍ່ LOG IN ເຂົ້າໄປໂລດ ສ່ວນໃຜທີ່ບໍ່ທັນມີ ກະໄປລງທະບຽນກ່ອນທີ່ http://www.foursquare.com ແລ້ວຄ່ອຍມາ LOG IN ອີກຄັ້ງ

ດ້ານເທິງສຸດ Friend Tab :: ເບື້ອງຊ້າຍ ຈະມີ Shout  ແມ່ນເວົ້າເຖິງໃນທີ່ທີ່ເຮົາຢູ່ ແລະເບື້ອງຊ້າຍແມ່ນປຸ່ມ Check in ເພື່ອຈະ Check in ໃນທີ່ທີ່ເຮົາຢູ່Places Tab :: ສ່ວນນີ້ຈະບອກສະຖານທີ່ນັ້ນເອງ ໂດຍຈະບອກເປັນ meters (ແມັດ) ວ່າໃກ້ເຮົາຊ່ຳໄດ໋

ຫຼືເຮົາຈະ Search ຊື່ທີ່ເຮົາຕ້ອງການວ່າມີຫຼືບໍ່ ຖ້າມີ ກໍ່ສາມາ Add ລົງ Foursquare ຂອງເຮົາໄດ້ເລີຍ ແລະທີ່ສຳຄັນ ຍັງສາມາດໃຊ້ຊື່ຊ້ຳກັນກໍ່ໄດ້ ເພາະ ຫຼາຍໆຄົນ ຈະເຮັດ  “My Home”  ຊ້ຳກັນເຕັມໄປໝົດ  ແຕ່ນີ້ແຫຼະ ມັນຈະບໍ່ຢູ່ໃນໜ້ານີ້ ຖ້າບໍ່ມີຄົນ Check in ເປັນປະຈຳ ກໍ່ຈະເຫັນແຕ່ຂອງຕົວເອງເທົ່ານັ້ນ

ຖ້າເຮົາເຂົ້າໄປໃນ Places ແຕ່ລະທີ່ ເຮົາກໍ່ຈະເຫັນວ່າໃຜເປັນ Mayor Places ແລ້ວກໍ່ຈະມີຈຳນວນບອກ tips << ອັນນີ້ຈະມ່ວນ ເພາະຈະບອກວ່າມີໃຜ Shout ສະຖານທີ່ນີ້ອີ່ຫຍັງໄວ້ແນ່ ກໍ່ຈະເຮັດໃຫ້ຮູ້ວ່າທີ່ນີ້ເປັນອີ່ຫຍັງແນ່ ຫຼືເຮົາຈະກົດ + ດ້ານລຸ່ມເພື່ອShout ນຳກໍ່ໄດ້

Tips :: ການ check in ມັ້ວສະຖານທີ່ນັ້ນເຮັດໄດ້ ແຕ່ທ່ານຈະບອກໄດ້ຄະແນນຂອງການ Check in ເພາະລະບົບຈະຮູ້ວ່າບໍ່ຕົງ ສ່ວນຄະແນນກໍ່ຈະມີຄື badges(ຫຼຽນຂອງ Foursquare) ທີຈະບອກວ່າເຮົາເປັນ Level ໃດໃນ Foursquare ຕົວຢ່າງ ::

Check in ຄັ້ງທຳອິດ ກໍ່ຈະໄດ້ Badges Newbiecheck in 50 ຄັ້ງ ກໍ່ຈະໄດ້ Badges Superstar Check in 5 ສະຖາການບິນ ກໍ່ຈະໄດ້ Badges JetSetterແລະນີ້ເປັນຕົວຢ່າງເລັກໆນ້ອຍໆ ທີ່ເຊື່ອວ່າທຸກທ່ານທີ່ກຳລັງອ່ານຢຸ່ນີ້ ຕ້ອງຢາກຫຼີ້ນແນ່ນອນ

ເທື່ອໜ້າຈະເອົາເຄັດລັບການ Check in ເພື່ອຈະໄດ້ Badges ມາເລົ່າສຸ່ຟັງ…

Foursquare ແມ່ນຫຍັງ ?

Foursquare ແມ່ນການຜະສົມຜະສານຂອງ Social Network ແລະສະຖານທີ່ (Location) ເຊິ່ງເມື່ອທັງສອງຢ່າງມາລວມກັນ ຈຶ່ງກາຍເປັນ “Location-Based Social Network” ເປັນບໍລິການເທິງເວັບໄຊທ໌ + ໂທລະສັບມືຖື ເຊິ່ງເປີດໂອກາດໃຫ້ຄົນທີ່ເປັນສະມາຊິກ ບອກເພື່ອນໆຂອງທ່ານ ວ່າທ່ານຢູ່ໃສ ຂອງໂລກໃບນີ້ ໂດຍເຮົາເອີ້ນການແຈ້ງວ່າເຮົາຢູ່ໃສນີ້ວ່າ “Check in” 

ໂດຍທຸກເທື່ອທີ່ທ່ານ Check in ທ່ານກໍ່ຈະໄດ້ແຕ້ມ (Point) ເປັນລາງວັນໃນແຕ່ລະຄັ້ງທີ່ທ່ານ Check in ໂດຍທ່ານສາມາດ Check in ໄດ້ທັງໃນວັນເຮັດວຽກ ຫຼືວິນທຳມະດາ ແລະຍັງສາມາດເຊື່ອມຕໍ່ເຂົ້າໃນ Social Network ດັງໆເຊັ່ນ Facebook ແລະ Twitter ອີກດ້ວຍ

Hello world!

Welcome to WordPress.com. After you read this, you should delete and write your own post, with a new title above. Or hit Add New on the left (of the admin dashboard) to start a fresh post.

Here are some suggestions for your first post.

  1. You can find new ideas for what to blog about by reading the Daily Post.
  2. Add PressThis to your browser. It creates a new blog post for you about any interesting  page you read on the web.
  3. Make some changes to this page, and then hit preview on the right. You can alway preview any post or edit you before you share it to the world.