ວິທີ Check in ໃນ iphone ແລະມືຖືທຳມະດາ…

ຮູ້ກັນມາແລ້ວວ່າ “Foursquare ແມ່ນຫຍັງ

ມື້ນີ້ ເຮົາຈະມາຮຽນຮູ້ກັນເລື່ອງວິທີ “Check in” 

welcome ສູ່ໜ້າທຳອິດ ກໍ່ຈະໃຫ້  JOIN NOW ກັບ LOG IN 

ແຕ່ສຳລັບໃຜທີ່ມີ account ແລ້ວກໍ່ LOG IN ເຂົ້າໄປໂລດ ສ່ວນໃຜທີ່ບໍ່ທັນມີ ກະໄປລງທະບຽນກ່ອນທີ່ http://www.foursquare.com ແລ້ວຄ່ອຍມາ LOG IN ອີກຄັ້ງ

ດ້ານເທິງສຸດ Friend Tab :: ເບື້ອງຊ້າຍ ຈະມີ Shout  ແມ່ນເວົ້າເຖິງໃນທີ່ທີ່ເຮົາຢູ່ ແລະເບື້ອງຊ້າຍແມ່ນປຸ່ມ Check in ເພື່ອຈະ Check in ໃນທີ່ທີ່ເຮົາຢູ່Places Tab :: ສ່ວນນີ້ຈະບອກສະຖານທີ່ນັ້ນເອງ ໂດຍຈະບອກເປັນ meters (ແມັດ) ວ່າໃກ້ເຮົາຊ່ຳໄດ໋

ຫຼືເຮົາຈະ Search ຊື່ທີ່ເຮົາຕ້ອງການວ່າມີຫຼືບໍ່ ຖ້າມີ ກໍ່ສາມາ Add ລົງ Foursquare ຂອງເຮົາໄດ້ເລີຍ ແລະທີ່ສຳຄັນ ຍັງສາມາດໃຊ້ຊື່ຊ້ຳກັນກໍ່ໄດ້ ເພາະ ຫຼາຍໆຄົນ ຈະເຮັດ  “My Home”  ຊ້ຳກັນເຕັມໄປໝົດ  ແຕ່ນີ້ແຫຼະ ມັນຈະບໍ່ຢູ່ໃນໜ້ານີ້ ຖ້າບໍ່ມີຄົນ Check in ເປັນປະຈຳ ກໍ່ຈະເຫັນແຕ່ຂອງຕົວເອງເທົ່ານັ້ນ

ຖ້າເຮົາເຂົ້າໄປໃນ Places ແຕ່ລະທີ່ ເຮົາກໍ່ຈະເຫັນວ່າໃຜເປັນ Mayor Places ແລ້ວກໍ່ຈະມີຈຳນວນບອກ tips << ອັນນີ້ຈະມ່ວນ ເພາະຈະບອກວ່າມີໃຜ Shout ສະຖານທີ່ນີ້ອີ່ຫຍັງໄວ້ແນ່ ກໍ່ຈະເຮັດໃຫ້ຮູ້ວ່າທີ່ນີ້ເປັນອີ່ຫຍັງແນ່ ຫຼືເຮົາຈະກົດ + ດ້ານລຸ່ມເພື່ອShout ນຳກໍ່ໄດ້

Tips :: ການ check in ມັ້ວສະຖານທີ່ນັ້ນເຮັດໄດ້ ແຕ່ທ່ານຈະບອກໄດ້ຄະແນນຂອງການ Check in ເພາະລະບົບຈະຮູ້ວ່າບໍ່ຕົງ ສ່ວນຄະແນນກໍ່ຈະມີຄື badges(ຫຼຽນຂອງ Foursquare) ທີຈະບອກວ່າເຮົາເປັນ Level ໃດໃນ Foursquare ຕົວຢ່າງ ::

Check in ຄັ້ງທຳອິດ ກໍ່ຈະໄດ້ Badges Newbiecheck in 50 ຄັ້ງ ກໍ່ຈະໄດ້ Badges Superstar Check in 5 ສະຖາການບິນ ກໍ່ຈະໄດ້ Badges JetSetterແລະນີ້ເປັນຕົວຢ່າງເລັກໆນ້ອຍໆ ທີ່ເຊື່ອວ່າທຸກທ່ານທີ່ກຳລັງອ່ານຢຸ່ນີ້ ຕ້ອງຢາກຫຼີ້ນແນ່ນອນ

ເທື່ອໜ້າຈະເອົາເຄັດລັບການ Check in ເພື່ອຈະໄດ້ Badges ມາເລົ່າສຸ່ຟັງ…

ใส่ความเห็น