App Foursquare For Iphone ແບບໃຫມ່ມາແລ້ວ

ນອກຈາກ Facebook ແລະ Twitter ທີ່ເປັນ Social Network ທີ່ໃຜໆກໍ່ຫຼີ້ນກັນຫຼາຍແລ້ວ ແລະອີກຢ່າງທີ່ຫຼາຍຄົນກໍ່ຫຼີ້ນກັນ ນັ້ນແມ່ນການ Check in ຕາມສະຖານທີ່ຕ່າງໆ ທີ່ເອີ້ນວ່າ Location-based service ຍົກຕົວຢ່າງ App ທີ່ເຮົາຄຸ້ນເຄິຍກັນຢ່າງດີ ກໍ່ຈະເປັນ Google Map, Gowalla ແລະ Foursquare

ມື້ນີ້ ພວກເຮົາ 4sqLaoClub ມີ App ເຈ໋ງໆ ທີ່ເປັນ Location-Based ເອົາມາຫຼີ້ນແກ້ຄຽດແລ້ວ ມີຊື່ວ່າ ToiletCheckin 

ຊື່ App ກະບອກແລ້ວ ວ່າມັນເປັນອີ່ຫຍັງ ທີ່ກ່ຽວກັບຫ້ອງນ້ຳ ແລ້ວມັນກ່ຽວຫຍັງກັບ Location-based ທີ່ເຮົາກຳລັງເວົ້າກັນຢູ່….. ແມ່ນແລ້ວ ນີ້ແມ່ນ App ທີ່ເອົາໄວ້ Check in ຕອນເຮົາເຂົ້າຫ້ອງນ້ຳນັ້ນເອງ

 

ໜ້າຕາ App ແລະການໃຊ້ງານ ມີ3 ໜ້າຈໍງ່າຍໆຄື ໜ້າສ້ວມ ທີ່ເຮົາຈະແຕະ ເພື່ອ Check in ວ່າເຮົາເຂົ້າສ້ວມ ເມື່ອເຮົາແຕະແລ້ວ ສຽງກົດຊັກໂຄກ ຈະດັງທັນທີ ພ້ອມGraphicນ້ຳວົນ ແລະຈະມີຂໍ້ຄວາມວ່າເຮົາໄດ້ທຳການ Check in ຮຽບຮ້ອຍແລ້ວໜ້າຈໍຖັດໄປ ກໍ່ຈະແມ່ນສະຖິຕິການ Check in ວ່າມື້ນີ້ມີຄົນເຂົ້າສ້ວມແລະ Check in ຈັກຄົນ , ຊ່ວງ5ນາທີທີ່ຜ່ານມາ ມີຄົນເຂົ້າສ້ວມທີ່ Check in ທົ່ວໂລກຈັກຄົນ, ມີຄົນເຂົ້າສ້ວມໃກ້ໆກັບເຮົາຈັກຄົນ ລວມໄປເຖິງຈຳນວນນ້ຳທີ່ເຮົາກົດໄປ ວ່າໃຊ້ຫຼາຍປານໃດ໋ແລ້ວສົນໃຈຢາກໄດ້ App ນີ້ ດາວໂຫລດຟຮີໄດ້ທີ່ AppleStore Toilet Check-in

 

 

 

ใส่ความเห็น